Similar Posts
ນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ່ນທີ IV ໄດ້ມອບປຶ້ມໃຫ້ຫໍສະໝຸດ ສມປຊ
ໃນຕອນເຊົ້າ ຂອງວັນທີ 14 ພຶດສະພາ 2025 ທ່ານ ນາງ ວຽງນະຄອນ ໄຊເກີຢາຈົງຕົວ ນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ່ນທີ IV ໄດ້ມອບປຶ້ມໃຫ້ຫໍສະໝຸດ ສມປຊ ຈໍານວນ 29 ຫົວ ມູນຄ່າ 3.000.000 ກີບ, ໂດຍກ່າວຮັບ ທ່ານ ປທ ທະວີພອນ ສຸດທິວົງນໍລາດ, ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ. ເຊິ່ງປຶ້ມດັ່ງກ່າວຖືເປັນບົດຮຽນທີ່ລໍ້າຄ່າຮັບໃຊ້ການຮຽນ-ການສອນໃຫ້ແກ່ລະບົບຮຽນຕ່າງໆ ຂອງສະຖາບັນ ເປັນຕົ້ນແມ່ນພະນັກງານ, ຄູ-ອາຈານ, ນັກສຶກສາ, ນັກຄົ້ນຄວ້າ ແລະນັກປັນຍາຊົນທັງພາຍໃນ ແລະນອກສະຖາບັນ. ຈຳນວນຜູ້ຊົມ 216
ພິທີມອບໂອນການຄຸ້ມຄອງສາງປຶ້ມ, ປຶ້ມ ແລະການຂາຍປຶ້ມ
ໃນຕອນບ່າຍວັນທີ 13 ມັງກອນ 2021 ເວລາ 13:30 ໂມງ ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ ໄດ້ມີພິທີມອບໂອນການຄຸ້ມຄອງສາງປຶ້ມ, ປຶ້ມ ແລະການຂາຍປຶ້ມ ລະຫວ່າງ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະ ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ພາຍໃຕ້ການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ, ມີພະນັກງານທັງສອງພາກສ່ວນທັງໝົດ ແລະຜູ້ຕາງໜ້າຈາກໜ່ວຍງານຂັ້ນກົມເຂົ້າຮ່ວມຢ່າງພ້ອມພຽງ. ເພື່ອໃຫ້ຖືກກັບພາລະບົດບາດ ຂອງໜ້າທີ່ວຽກງານໃນໄລຍະໃໝ່. ດັ່ງນັ້ນ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ຈຶ່ງມອບໂອນມອບໂອນການຄຸ້ມຄອງສາງປຶ້ມ, ປຶ້ມ ແລະການຂາຍປຶ້ມ ໃຫ້ກັບກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ເປັນຜູ້ຮັບຜິດຊອບ. ເຊິ່ງໄລຍະຜ່ານມາ ທາງສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໄດ້ເປັນເສນາທິການໃຫ້ແກ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນການຄຸ້ມຄອງສາງປຶ້ມ,…
ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ນຳພານັກສຶກສາທິດສະດີການເມືອງ ລະບົບປະລິນຍາຕີເຊື່ອມຕໍ່ ຮຸ່ນທີ XV ແລະ ລະບົບປະລິນຍາຕີກໍ່ສ້າງ ຮຸ່ນທີ XXVI ໄປທັດສະນະສຶກສາ ທີ່ຫໍສະໝຸດແຫ່ງຊາດ ແລະ ສູນອິນເຕີເນັດແຫ່ງຊາດ
ຫຼັງຈາກນັກສຶກສາທີ່ສຳເລັດການຮຽນວິຊາບໍລິຫານລະບົບຂໍ້ມູນຂ່າວສານ ເພື່ອໃຫ້ຕິດພັນກັບພາກຕົວຈິງ ເພື່ອຕອບສະໜອງຄວາມຕ້ອງການໃນການຮຽນຮູ້ທິດສະດີກັບພຶດຕິກຳ, ສະນັ້ນ ໃນວັນທີ 4 ແລະວັນທີ 12 ພະຈິກ 2025 ສູນຂໍ້ມູນຂ່າວສານ ນຳໂດຍ ທ່ານ ປທ ວຽງສະຫວັນ ຈັນທະວິໄຊ, ຫົວໜ້າພະແນກຄົ້ນຄວ້າວິໄຈຂ່າວ ແລະ ທ່ານ ປທ ນ. ພາວັນ ວິລະວົງ, ຫົວໜ້າພະແນກຫໍສະໝຸດ ໄດ້ນຳພາຄະນະນັກສຶກສາທິດສະດີການເມືອງ ລະບົບປະລິຍາຕີເຊື່ອມຕໍ່ ຮຸ່ນທີ XV ຈໍານວນ 30 ທ່ານ, ຍິງ 12 ທ່ານ ແລະ ລະບົບປະລິນຍາຕີກໍ່ສ້າງ ຮຸ່ນທີ XXVI ຈໍານວນ 50 ທ່ານ, ຍິງ 6 ທ່ານ. ລົງເຄື່ອນໄຫວທັດສະນະສຶກສາ ທີ່ຫໍສະໝຸດແຫ່ງຊາດ ແລະ ສູນອິນເຕີເນັດແຫ່ງຊາດ. ຢູ່ທີ່ຫໍສະໝຸດແຫ່ງຊາດ, ຄະນະນັກສຶກສາໄດ້ຮັບຟັງການຕ້ອນຮັບອັນອົບອຸ່ນຈາກ ທ່ານ ວົງສອນ ລຸນຍະເດດ ຮອງຫົວໜ້າຂະແໜງ ມູນເຊື້ອ…
ນັກສຶກສາປະລິນຍາໂທ ຮຸ່ນທີ XVIII ມອບປຶ້ມໃຫ້ ຫໍສະໝຸດ ສມປຊ
ທ່ານ ນາງ ຄໍາເມິງ ອຸ່ນດາລາ, ທ່ານ ນາງ ປາໄນ ວຽງວິໄລ ແລະທ່ານ ນາງ ອໍລະໄທ ວິໄລຫົງ ນັກສຶກສາປະລິນຍາໂທ ຮຸ່ນທີ XVIII ໄດ້ມອບປຶ້ມໃຫ້ ຫໍສະໝຸດ ສມປຊ ໃນຕອນເຊົ້າ ວັນທີ 13 ມັງກອນ 2025 ທ່ານ ນາງ ຄໍາເມິງ ອຸ່ນດາລາ, ທ່ານ ນາງ ປາໄນ ວຽງວິໄລ ແລະທ່ານ ນາງ ອໍລະໄທ ວິໄລຫົງ ນັກສຶກສາປະລິນຍາໂທ ຮຸ່ນທີ XVIII ໄດ້ມອບປຶ້ມໃຫ້ຫໍສະໝຸດ ສມປຊ ຈໍານວນ 9 ລາຍການ, ມີ 170 ຫົວ. ເຊິ່ງປຶ້ມດັ່ງກ່າວຖືເປັນບົດຮຽນທີ່ລໍ້າຄ່າຮັບໃຊ້ການຮຽນ-ການສອນ ໃຫ້ແກ່ລະບົບຮຽນຕ່າງໆ ຂອງສະຖາບັນ ເປັນຕົ້ນແມ່ນພະນັກງານ, ຄູ-ອາຈານ, ນັກສຶກສາ,…
ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ເຂົ້າພະແນກຫໍສະໝຸດ ເພື່ອເພີ່ມທະວີການສ້າງລັດແຫ່ງກົດໝາຍ ແລະຍົກສູງສະຕິເຄົາລົບລະບຽບກົດໝາຍ
ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃນການສ້າງລັດແຫ່ງກົດໝາຍທີ່ເຂັ້ມແຂງ ແລະຍົກສູງຂີດຄວາມສາມາດໃນການຕອບສະໜອງຂໍ້ມູນຂ່າວສານ ທາງດ້ານທິດສະດີການເມືອງ-ການປົກຄອງ ໃຫ້ແກ່ບັນດານັກອ່ານ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ. ໃນຕອນເຊົ້າຂອງວັນທີ 19 ທັນວາ 2025 ນີ້ໄດ້ມີພິທີມອບ-ຮັບປຶ້ມກົດໝາຍ ແລະລະບຽບການຕ່າງໆ ຢ່າງເປັນທາງການ ທີ່ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ. ໃນພິທີອັນມີຄວາມໝາຍສຳຄັນນີ້, ໃຫ້ກຽດກ່າວມອບໂດຍ ທ່ານ ບຸນລ້ອມ ດວງມະລາ, ຮອງຫົວໜ້າກົມໂຄ ສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ແລະກ່າວຮັບໂດຍ ທ່ານ ປທ ບຸນປັນ ສຸມຸນທອງ, ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ. ເຂົ້າຮ່ວມເປັນສັກຂີພິຍານມີບັນດາຄູ-ອາຈານ, ພະນັກງານວິຊາການຈາກທັງສອງພາກສ່ວນ. ການມອບ-ຮັບໃນຄັ້ງນີ້ ໂດຍແມ່ນ ທ່ານ ເພັງພາວັນ ອິນທະວົງ ນັກສຶກສາປະລິນຍາໂທຮຸ່ນທີ 21 ເປັນຜູ້ປະສານງານ ແລະຕິດຕໍ່ພົວພັນຂໍການຊ່ວຍເຫຼືອປຶ້ມດັ່ງກ່າວ ມາມອບໃຫ້ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກ ຄອງເພື່ອປະກອບເຂົ້າຫ້ອງສະໝຸດ. ປຶ້ມທີ່ນຳມາມອບໃນຄັ້ງນີ້ຈໍານວນ 200 ຫົວ, ເຊິ່ງປະກອບມີ: ປຶ້ມປະມວນກົດໝາຍອາຍາ…
ທ່ານ ນາງ ນີ່ງນ່ອງ ໄຊຍະວົງ ນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ່ນທີ 4 ມອບປຶ້ມໃຫ້ ຫໍສະໝຸດ ສມປຊ
ການມອບ-ຮັບປື້ມ ດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 26 ມິຖຸນາ 2025, ກ່າວມອບໂດຍ ທ່ານ ນາງ ນີ່ງນ່ອງ ໄຊຍະວົງ ນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ່ນທີ 4 ແລະ ກ່າວຮັບໂດຍ ທ່ານ ປທ ນ ພາວັນ ວິລະວົງ ຫົວໜ້າພະແນກຫໍສະໝຸດ, ປື້ມດັ່ງກ່າວ ແມ່ນ ປື້ມມາດຕະຖານ 5 ດີ 1 ພໍໃຈ ສໍາລັບສະຖານທີ່ບໍລິການດ້ານສາທາລະນະສຸກ ຈຳນວນ100 ຫົວມູນຄ່າ 1.500.000ກີບ ປຶ້ມທີ່ໄດ້ນໍາມາມອບໃຫ້ ຫໍສະໝຸດ ສມປຊ ຄັ້ງນີ້ ເພື່ອເປັນການປະກອບສ່ວນທາງດ້ານຂໍ້ມູນຂ່າວສານ ໃຫ້ບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາ ຈະເປັນການປະກອບສ່ວນອັນສຳຄັນໃນການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດຢ່າງມີປະສິດທິຜົນ. ຂ່າວ/ພາບ:ພະແນກຄົ້ນຄວ້າວິໄຈຂ່າວ ຈຳນວນຜູ້ຊົມ 243


ສະບາຍດີ