ປະຫວັດຄວາມເປັນມາ

ພະແນກຫໍສະໝຸດ ໄດ້ກຳເນີດເກີດຂຶ້ນຕິດພັນກັບການຮຽນ-ການສອນ ຂອງ 2 ໂຮງຮຽນຄື: ໂຮງ ຮຽນຊັ້ນສູງພັກ-ລັດ ໃນເມື່ອກ່ອນ ຕໍ່ມາເອີ້ນວ່າ ໂຮງຮຽນການເມືອງແຫ່ງຊາດ ຢູ່ເຂດທ່າງ່ອນ ແລະຕິດພັນກັບການຮຽນ-ການສອນ ຂອງໂຮງຮຽນການປົກຄອງ ແລະຄຸ້ມຄອງແຫ່ງຊາດ ຢູ່ເຂດສີສະເກດ. ໃນເວລານັ້ນ, ຢູ່ທັງ 2 ໂຮງຮຽນ ກົງຈັກຂັ້ນພະແນກຫໍສະໝຸດຍັງບໍ່ທັນໄດ້ຮັບການສ້າງຕັ້ງຂຶ້ນເທື່ອ. ສະເພາະຢູ່ໂຮງ ຮຽນການເມືອງແຫ່ງຊາດເຖິງວ່າບໍ່ມີພະແນກເທື່ອ ແຕ່ກໍມີພະນັກງານຈຳນວນໜຶ່ງຖືກມອບໝາຍໃຫ້ຮັບຜິດຊອບວຽກງານຫ້ອງສະໝຸດ ເພື່ອຄຸ້ມຄອງ ແລະອຳນວຍຄວາມສະດວກ ໃຫ້ຜູ້ມາສຶກສາຄົ້ນຄວ້າ ຫຼື ອ່ານເອກະ ສານ ແລະສຳເນົາເອກະສານ. ສ່ວນຢູ່ເຂດສີສະເກດ ກໍໄດ້ຈັດຫ້ອງສຳເນົາເອກະສານຂຶ້ນ 1 ຫ້ອງເພື່ອເກັບຮັກສາເອກະສານ ແລະປຶ້ມ ເພື່ອໃຫ້ຜູ້ມາຮຽນໄດ້ອ່ານ ແລະຄົ້ນຄວ້າຊົ່ວຄາວ.

ຕໍ່ມາຮອດປີ 1995 ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ກໍໄດ້ຮັບການສ້າງຕັ້ງຂຶ້ນ ໂດຍໄດ້ໂຮມເອົາ 02 ໂຮງຮຽນຄື: ໂຮງຮຽນການເມືອງແຫ່ງຊາດ ແລະໂຮງຮຽນການປົກຄອງ ແລະຄຸ້ມຄອງແຫ່ງຊາດເຂົ້າກັນ. ໃນເບື່ອງຕົ້ນແຫ່ງການສ້າງຕັ້ງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ວຽກງານສຳເນົາເອກະສານ ກໍໄດ້ຮັກສາຢູ່ໃນແຕ່ລະໂຮງຮຽນຢູ່. ຍ້ອນວ່າ ໂຄງປະກອບກົງຈັກ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໃນໄລຍະຕົ້ນ ແມ່ນມີພຽງ 4 ພາກສ່ວນຄື: ຫ້ອງການບໍລິຫານ, ຫ້ອງ ການວິຊາການ, ໂຮງຮຽນການເມືອງແຫ່ງຊາດ ແລະໂຮງຮຽນການປົກຄອງ ແລະຄຸ້ມຄອງແຫ່ງຊາດ. ຕໍ່ມາໃນວັນທີ 15 ພະຈິກ 1995 ສະຖາບັນ ໄດ້ແຕ່ງຕັ້ງຫົວໜ້າພະແນກ ແລະຮອງຫົວໜ້າພະແນກທົ່ວສະຖາບັນ. ໃນນັ້ນ, ກໍມີພະແນກພາສາຕ່າງປະເທດ, ຄອມພິວເຕີ ແລະຂໍ້ມູນຂ່າວສານ ເຊິ່ງນອນຢູ່ໃນພະແນກດັ່ງ ກ່າວ ກໍມີວຽກງານຫໍສະໝຸດນຳ. ມາຮອດວັນທີ 26 ເມສາ 1999 ກົງຈັກການຈັດຕັ້ງພາຍໃນສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ກໍໄດ້ຮັບການປັບປຸງຈາກ 4 ພາກສ່ວນມາເປັນ 9 ພາກສ່ວນ ເຊິ່ງປະກອບມີ: ຫ້ອງການ, ກົມຈັດຕັ້ງ, ກົມວິຊາການ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ຄະນະວິຊາປັດຊະຍາ, ຄະນະວິຊາເສດຖະສາດການເມືອງ-ການປົກຄອງ, ຄະນະວິຊາລັດທິສັງຄົມນິຍົມວິທະຍາສາດ, ຄະນະວິຊາບໍລິຫານສາດ, ຄະນະວິຊາກໍ່ສ້າງພັກ-ປະຫວັດສາດ; ໄປພ້ອມກັນນັ້ນ, ກໍໄດ້ສ້າງຕັ້ງພະແນກຕ່າງໆສັງກັດໃນ 9 ພາກສ່ວນດັ່ງທີ່ໄດ້ສະເໜີຂ້າງເທິງນັ້ນ, ໃນນັ້ນ ພະແນກຫໍສະໝຸດ ກໍໄດ້ຮັບການສ້າງຕັ້ງຂຶ້ນ ເຊິ່ງສັງກັດໃນສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ນັບແຕ່ເວລານັ້ນເປັນຕົ້ນມາ.

ຫໍສະໝຸດ ສມປຊ

ບ້ານ ທ່າງ່ອນ,
ເມືອງ ໄຊທານີ,
ນະຄອນຫຼວງວຽງຈັນ
ອີເມວ: lib.nappa@gmail.com