ຫ້ອງຄົ້ນຄວ້າ ແລະ ສົນທະນາເປັນກຸ່ມ
ຫໍສະໝຸດ ສມປຊ ມີຫ້ອງຄົ້ນຄວ້າ ເພື່ອສົນທະນາເປັນກຸ່ມ ສຳລັບນັກສຶກສາ, ຄູອາຈານ ຜູ້ທີ່ເປັນສະມາຊິກຫໍສະໝຸດ. ພ້ອມນັ້ນ, ຍັງມີຫ້ອງອ່ານການນຳ ທີ່ມີເອກະສານສຳຄັນ ທີ່ບໍ່ສາມາດຢືມອອກໄດ້.
ລະບຽບການຄຸ້ມຄອງ ແລະນໍາໃຊ້ຫ້ອງຄົ້ນຄວ້າເປັນກຸ່ມ
1). ຫ້າມຍົກຍ້າຍໂຕະ, ຕັ່ງ ພາຍໃນທ້ອງກ່ອນໄດ້ຮັບອະນຸຍາດ.
2). ຫ້າມເອົາແຜ່ນໂຄສະນາ ຫຼື ໂພດສະເຕີຕ່າງໆ ຕິດໃສ່ຝາ, ໂຕະ ແລະຕັ້ງ.
3). ຫ້າມໃຊ້ສຽງດັງເກີນຂອບເຂດໃນເວລາຄົ້ນຄວ້າເປັນກຸ່ມ.
4). ຫ້າມເອົາອາຫານເຂົ້າມາກິນໃນຫ້ອງ (ຍົກເວັ້ນໃຫ້ເອົາເຂົ້າແຕ່ນຳ້ດື່ມ).
5). ຫ້າມເອົາກະເປົາເອກະສານເຂົ້າມາໃນຫ້ອງ, ໃຫ້ຝາກໄວ້ໃນຕູ້ເກັບມ້ຽນ ຫຼືນຳພະນັກງານເຄົາເຕີກ່ອນເຂົ້າຫ້ອງສະໝຸດ.
6). ຮັກສາຄວາມສະອາດພາຍໃນຫ້ອງ.
7). ກ່ອນຈະອອກຈາກຫ້ອງ ກວດກາເຄື່ອງໃຊ້ຂອງຕົນ ແລະປິດໄຟຟ້າ, ແອ, ມ້ຽນຕັ່ງໃຫ້ຮຽບຮ້ອຍ.
ຈຳນວນຜູ້ຊົມ 124