ລະບຽບການຢືມ-ສົ່ງປຶ້ມ ແລະລະບຽບການປັບໄໝ:

  1. ສະມາຊິກຫໍສະໝຸດທີ່ເຂົ້າມາຊົມໃຊ້ຕ້ອງໄດ້ແຈ້ງບັດສະມາຊິກຫໍສະໝຸດ ຂອງຕົນທຸກຄັ້ງ.
  2. ສະມາຊິກໜຶ່ງທ່ານສາມາດຢຶມ ໄດ້ 4 ຫົວ/ 1 ຄັ້ງ/ 15 ມື້ (ນັບທັງວັນເສົາ ແລະວັນອາທິດ)
  3.  ປຶ້ມທີ່ກໍານົດການຢືມໄດ້ 7 ມື້ ມີ:

– ນິພົນເລືອກເຟັ້ນ ໄກສອນ ພົມວິຫານ;
– ແນວຄິດໄກສອນ ພົມວິຫານ 8 ຂົງເຂດ;
– ນິພົນເລືອກເຟັ້ນ ກາກມາກ ແລະຟຣີດຣິກ ອັງແກນ;
– ນິພົນເລືອກເຟັ້ນ ວະລາດີເມຍ ອີລິດ ເລນິນ;
– ນິພົນຄົບຊຸດ ໂຮ່ຈີມິນ;
– ນິພົນເລືອກເຟັ້ນ ໂຮ່ຈີມິນ.

  1. ມີປຶ້ມບາງປະເພດທີ່ໃຫ້ອ່ານກັບທີ່ ແລະບໍ່ສາມາດຢືມອອກໄດ້.
  2. 5. ຫ້າມໃຫ້ບຸກຄົນອື່ນມາຢືມປື້ມແທນ.
  3. ກໍລະນີປຶ້ມກາຍກໍານົດເວລາສົ່ງຈະຖືກປັບໄໝ 2.000ກີບ/ຫົວ/ວັນ (ແຕ່ກໍລະນີຢາກຢືມປຶ້ມຕໍ່ໃຫ້ປະສານນໍາພະນັກງານຫໍສະໝຸດ).
  4. ກໍລະນີປຶ້ມທີ່ຢືມຖືກຈີກຂາດ, ເສຍຫາຍ ຫຼື ເປ່ເພ ຜູ້ຢືມຕ້ອງຮັບຜິດຊອບທົດແທນຄືນ 2 ເທົ່າ ຂອງມູນຄ່າປຶ້ມດັ່ງກ່າວ.
  5. ທຸກໆຄັ້ງກ່ອນອອກຈາກຫໍສະໝຸດຄວນກວດກາປື້ມ ແລະບັດສະມາຊິກຫໍສະໝຸດ.

ເວລາເປີດ ແລະ ປິດບໍລິການຫໍສະໝຸດ ສມປຊ.

ເວລາເປີດ ແລະ ປິດບໍລິການຫໍສະໝຸດ ແມ່ນຖືເອົາຕາມວັນ ແລະ ເວລາຂອງລັດຖະການຄື: ຫໍສະໝຸດ ສມປຊ ເປີດໃຫ້ບໍລິການ ແຕ່ວັນຈັນ – ວັນສຸກ ຕອນເຊົ້າ ເວລາ 08 ໂມງ 15 ນາທີ – 15 ໂມງ 45 ນາທີ, ສ່ວນຕອນບ່າຍວັນສຸກປິດບໍລິການເພື່ອເກັບມ້ຽນປຶ້ມ ແລະອານາໄມ). ຖ້າມີການປ່ຽນແປງເວລາຫໍສະໝຸດຈະແຈ້ງໃຫ້ສະມາຊິກຮູ້ກ່ອນ ໂດຍການຕິດປະກາດໄວ້ໜ້າຫໍສະໝຸດ ແລະ ແຈ້ງການ ຫາກມີຄວາມຈຳເປັນ.