ນັກສຶກສາປະລິນຍາໂທ ຮຸ່ນທີ XVIII ມອບປຶ້ມໃຫ້ ຫໍສະໝຸດ ສມປຊ
ທ່ານ ນາງ ຄໍາເມິງ ອຸ່ນດາລາ, ທ່ານ ນາງ ປາໄນ ວຽງວິໄລ ແລະທ່ານ ນາງ ອໍລະໄທ ວິໄລຫົງ ນັກສຶກສາປະລິນຍາໂທ ຮຸ່ນທີ XVIII ໄດ້ມອບປຶ້ມໃຫ້ ຫໍສະໝຸດ ສມປຊ
ໃນຕອນເຊົ້າ ວັນທີ 13 ມັງກອນ 2025 ທ່ານ ນາງ ຄໍາເມິງ ອຸ່ນດາລາ, ທ່ານ ນາງ ປາໄນ ວຽງວິໄລ ແລະທ່ານ ນາງ ອໍລະໄທ ວິໄລຫົງ ນັກສຶກສາປະລິນຍາໂທ ຮຸ່ນທີ XVIII ໄດ້ມອບປຶ້ມໃຫ້ຫໍສະໝຸດ ສມປຊ ຈໍານວນ 9 ລາຍການ, ມີ 170 ຫົວ. ເຊິ່ງປຶ້ມດັ່ງກ່າວຖືເປັນບົດຮຽນທີ່ລໍ້າຄ່າຮັບໃຊ້ການຮຽນ-ການສອນ ໃຫ້ແກ່ລະບົບຮຽນຕ່າງໆ ຂອງສະຖາບັນ ເປັນຕົ້ນແມ່ນພະນັກງານ, ຄູ-ອາຈານ, ນັກສຶກສາ, ນັກຄົ້ນຄວ້າ ແລະນັກປັນຍາຊົນທັງພາຍໃນ ແລະນອກສະຖາບັນ.
ຫຼັງຈາກນັກສຶກສາທີ່ສຳເລັດການຮຽນວິຊາບໍລິຫານລະບົບຂໍ້ມູນຂ່າວສານ ເພື່ອໃຫ້ຕິດພັນກັບພາກຕົວຈິງ ເພື່ອຕອບສະໜອງຄວາມຕ້ອງການໃນການຮຽນຮູ້ທິດສະດີກັບພຶດຕິກຳ, ສະນັ້ນ ໃນວັນທີ 4 ແລະວັນທີ 12 ພະຈິກ 2025 ສູນຂໍ້ມູນຂ່າວສານ ນຳໂດຍ ທ່ານ ປທ ວຽງສະຫວັນ ຈັນທະວິໄຊ, ຫົວໜ້າພະແນກຄົ້ນຄວ້າວິໄຈຂ່າວ ແລະ ທ່ານ ປທ ນ. ພາວັນ ວິລະວົງ, ຫົວໜ້າພະແນກຫໍສະໝຸດ ໄດ້ນຳພາຄະນະນັກສຶກສາທິດສະດີການເມືອງ ລະບົບປະລິຍາຕີເຊື່ອມຕໍ່ ຮຸ່ນທີ XV ຈໍານວນ 30 ທ່ານ, ຍິງ 12 ທ່ານ ແລະ ລະບົບປະລິນຍາຕີກໍ່ສ້າງ ຮຸ່ນທີ XXVI ຈໍານວນ 50 ທ່ານ, ຍິງ 6 ທ່ານ. ລົງເຄື່ອນໄຫວທັດສະນະສຶກສາ ທີ່ຫໍສະໝຸດແຫ່ງຊາດ ແລະ ສູນອິນເຕີເນັດແຫ່ງຊາດ. ຢູ່ທີ່ຫໍສະໝຸດແຫ່ງຊາດ, ຄະນະນັກສຶກສາໄດ້ຮັບຟັງການຕ້ອນຮັບອັນອົບອຸ່ນຈາກ ທ່ານ ວົງສອນ ລຸນຍະເດດ ຮອງຫົວໜ້າຂະແໜງ ມູນເຊື້ອ…
ໃນຕອນບ່າຍຂອງວັນທີ 29 ພຶດສະພາ 2025 ທ່ານ ຄໍາພະກອນ ທອງປະທຸມ ຮອງຫົວໜ້າສະຖາບັນຄົ້ນຄວ້າ ແລະຝຶກອົບຮົມໄອຍະການ ຕາງໜ້າອົງການໄອຍະການປະຊາຊົນສູງສູດ ໄດ້ມອບປຶ້ມໃຫ້ຫໍສະໝຸດ ສມປຊ ເປັນກຽດກ່າວຮັບໂດຍ ທ່ານ ປທ ທະວີພອນ ສຸດທິວົງນໍລາດ ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ພ້ອມດ້ວຍພະນັກງານ-ຄູອາຈານ ຂອງພະແນກຫໍສະໝຸດ. ໃນການມອບ-ຮັບຄັ້ງນີ້ແມ່ນປະກອບມີປື້ມທີ່ນອນໃນຂົງເຂດການປົກຄອງໂດຍກົງ ເຊິ່ງທັງໝົດມີປື້ມຈໍານວນ 16 ລາຍການ; ລວມທັງໝົດເປັນຈໍານວນ 192 ຫົວ; ເພື່ອເປັນການປະກອບສ່ວນເຂົ້າໃນການຄົ້ນຄວ້າ ແລະຮັບໃຊ້ເຂົ້າໃນວຽກງານຫຼັກສູດການຮຽນ-ການສອນ ຂອງຄູ-ອາຈານ, ນັກສຶກສາ, ນັກຄົ້ນຄວ້າ ຢູ່ໃນສະຖາບັນແຫ່ງນີ້. ໃນຕອນທ້າຍນີ້, ທ່ານ ປທ ທະວີພອນ ສຸດທິວົງນໍລາດ ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ຍັງໄດ້ມອບໃບຊົມເຊີຍ ແລະກ່າວສະແດງຄວາມຂອບໃຈນໍາບັນດາທ່ານ ທີ່ຕາງໜ້າຈາກອົງການໄອຍະການປະຊາຊົນສູງສຸດ ທີ່ເຫັນໄດ້ເຖິງຄວາມໝາຍ ແລະຄວາມສໍາຄັນຕໍ່ກັບວຽກງານການຮຽນ-ການສອນ. ຈຳນວນຜູ້ຊົມ 211
ການມອບ-ຮັບປື້ມ ດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ມີນາ 2025, ກ່າວມອບໂດຍ ທ່ານ ວິໄລພອນ ວິຊຸນນະລາດ ນັກສຶກສາທິດສະດີການເມືອງຂັ້ນສູງ ຮຸ່ນທີ VI ແລະ ກ່າວຮັບໂດຍ ທ່ານ ປທ ທະວີພອນ ສຸດທິວົງນໍລາດ ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ທ່ານ ວິໄລພອນ ວິຊຸນນະລາດ ໄດ້ກ່າວວ່າ: ປຶ້ມຈໍານວນ 5 ຫົວ ຄິດເປັນມູນຄ່າທັງໝົດ 2.250.000 ກີບ ປຶ້ມທີ່ໄດ້ນໍາມາມອບໃຫ້ ຫໍສະໝຸດ ສມປຊ ຄັ້ງນີ້ ເພື່ອເປັນການປະກອບສ່ວນທາງດ້ານຂໍ້ມູນຂ່າວສານ ໃຫ້ບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາ ຈະເປັນການປະກອບສ່ວນອັນສຳຄັນໃນການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດຢ່າງມີປະສິດທິຜົນ. ພາບ: ນາງ ທິດດາວອນ ດວງປະເສີດຂ່າວ: ປທ ນາງ ພາວັນ ວິລະວົງບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ ຈຳນວນຜູ້ຊົມ 316
ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃນການສ້າງລັດແຫ່ງກົດໝາຍທີ່ເຂັ້ມແຂງ ແລະຍົກສູງຂີດຄວາມສາມາດໃນການຕອບສະໜອງຂໍ້ມູນຂ່າວສານ ທາງດ້ານທິດສະດີການເມືອງ-ການປົກຄອງ ໃຫ້ແກ່ບັນດານັກອ່ານ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ. ໃນຕອນເຊົ້າຂອງວັນທີ 19 ທັນວາ 2025 ນີ້ໄດ້ມີພິທີມອບ-ຮັບປຶ້ມກົດໝາຍ ແລະລະບຽບການຕ່າງໆ ຢ່າງເປັນທາງການ ທີ່ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ. ໃນພິທີອັນມີຄວາມໝາຍສຳຄັນນີ້, ໃຫ້ກຽດກ່າວມອບໂດຍ ທ່ານ ບຸນລ້ອມ ດວງມະລາ, ຮອງຫົວໜ້າກົມໂຄ ສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ແລະກ່າວຮັບໂດຍ ທ່ານ ປທ ບຸນປັນ ສຸມຸນທອງ, ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ. ເຂົ້າຮ່ວມເປັນສັກຂີພິຍານມີບັນດາຄູ-ອາຈານ, ພະນັກງານວິຊາການຈາກທັງສອງພາກສ່ວນ. ການມອບ-ຮັບໃນຄັ້ງນີ້ ໂດຍແມ່ນ ທ່ານ ເພັງພາວັນ ອິນທະວົງ ນັກສຶກສາປະລິນຍາໂທຮຸ່ນທີ 21 ເປັນຜູ້ປະສານງານ ແລະຕິດຕໍ່ພົວພັນຂໍການຊ່ວຍເຫຼືອປຶ້ມດັ່ງກ່າວ ມາມອບໃຫ້ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກ ຄອງເພື່ອປະກອບເຂົ້າຫ້ອງສະໝຸດ. ປຶ້ມທີ່ນຳມາມອບໃນຄັ້ງນີ້ຈໍານວນ 200 ຫົວ, ເຊິ່ງປະກອບມີ: ປຶ້ມປະມວນກົດໝາຍອາຍາ…
ໃນຕອນບ່າຍ ວັນທີ 24 ມັງກອນ 2025 ທ່ານ ນາງ ພັນນາລີ ເທບພະວົງສາ ອຳນວຍການສຳນັກພິມໄວເດັກ ໄດ້ນໍາເອົາປື້ມ 100 ນະວັດຕະກຳທາງສັງຄົມ ຈາກຟິນແລນ ຈໍານວນ 300 ຫົວ ຄິດເປັນມູນຄ່າທັງໝົດ 45.000.000 ກີບ ມອບໃຫ້ຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເພື່ອເປັນການສົ່ງເສີມປະກອບສ່ວນທາງດ້ານຂໍ້ມູນຂ່າວສານ ໃຫ້ບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ໄດ້ນຳໃຊ້ເຂົ້າໃນການຮຽນ-ການສອນ ຂອງຕົນໄດ້ຢ່າງມີປະສິດທິຜົນ. ໂດຍການກ່າວມອບ ຂອງ ທ່ານ ນາງ ພັນນາລີ ເທບພະວົງສາ ອຳນວຍການສຳນັກພິມໄວເດັກ ແລະຕາງໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກ່າວຮັບ ຂອງ ທ່ານ ປທ ບຸນປັນ ສຸມຸນທອງ ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ພ້ອມດ້ວຍ ທ່ານ ປອ…
ການມອບ-ຮັບປື້ມ ດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 26 ມິຖຸນາ 2025, ກ່າວມອບໂດຍ ທ່ານ ນາງ ນີ່ງນ່ອງ ໄຊຍະວົງ ນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ່ນທີ 4 ແລະ ກ່າວຮັບໂດຍ ທ່ານ ປທ ນ ພາວັນ ວິລະວົງ ຫົວໜ້າພະແນກຫໍສະໝຸດ, ປື້ມດັ່ງກ່າວ ແມ່ນ ປື້ມມາດຕະຖານ 5 ດີ 1 ພໍໃຈ ສໍາລັບສະຖານທີ່ບໍລິການດ້ານສາທາລະນະສຸກ ຈຳນວນ100 ຫົວມູນຄ່າ 1.500.000ກີບ ປຶ້ມທີ່ໄດ້ນໍາມາມອບໃຫ້ ຫໍສະໝຸດ ສມປຊ ຄັ້ງນີ້ ເພື່ອເປັນການປະກອບສ່ວນທາງດ້ານຂໍ້ມູນຂ່າວສານ ໃຫ້ບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາ ຈະເປັນການປະກອບສ່ວນອັນສຳຄັນໃນການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດຢ່າງມີປະສິດທິຜົນ. ຂ່າວ/ພາບ:ພະແນກຄົ້ນຄວ້າວິໄຈຂ່າວ ຈຳນວນຜູ້ຊົມ 212