ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ເຂົ້າພະແນກຫໍສະໝຸດ ເພື່ອເພີ່ມທະວີການສ້າງລັດແຫ່ງກົດໝາຍ ແລະຍົກສູງສະຕິເຄົາລົບລະບຽບກົດໝາຍ
ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃນການສ້າງລັດແຫ່ງກົດໝາຍທີ່ເຂັ້ມແຂງ ແລະຍົກສູງຂີດຄວາມສາມາດໃນການຕອບສະໜອງຂໍ້ມູນຂ່າວສານ ທາງດ້ານທິດສະດີການເມືອງ-ການປົກຄອງ ໃຫ້ແກ່ບັນດານັກອ່ານ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ. ໃນຕອນເຊົ້າຂອງວັນທີ 19 ທັນວາ 2025 ນີ້ໄດ້ມີພິທີມອບ-ຮັບປຶ້ມກົດໝາຍ ແລະລະບຽບການຕ່າງໆ ຢ່າງເປັນທາງການ ທີ່ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ. ໃນພິທີອັນມີຄວາມໝາຍສຳຄັນນີ້, ໃຫ້ກຽດກ່າວມອບໂດຍ ທ່ານ ບຸນລ້ອມ ດວງມະລາ, ຮອງຫົວໜ້າກົມໂຄ ສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ແລະກ່າວຮັບໂດຍ ທ່ານ ປທ ບຸນປັນ ສຸມຸນທອງ, ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ. ເຂົ້າຮ່ວມເປັນສັກຂີພິຍານມີບັນດາຄູ-ອາຈານ, ພະນັກງານວິຊາການຈາກທັງສອງພາກສ່ວນ. ການມອບ-ຮັບໃນຄັ້ງນີ້ ໂດຍແມ່ນ ທ່ານ ເພັງພາວັນ ອິນທະວົງ ນັກສຶກສາປະລິນຍາໂທຮຸ່ນທີ 21 ເປັນຜູ້ປະສານງານ ແລະຕິດຕໍ່ພົວພັນຂໍການຊ່ວຍເຫຼືອປຶ້ມດັ່ງກ່າວ ມາມອບໃຫ້ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກ ຄອງເພື່ອປະກອບເຂົ້າຫ້ອງສະໝຸດ. ປຶ້ມທີ່ນຳມາມອບໃນຄັ້ງນີ້ຈໍານວນ 200 ຫົວ, ເຊິ່ງປະກອບມີ: ປຶ້ມປະມວນກົດໝາຍອາຍາ…

