ທ່ານ ນາງ ພັນນາລີ ເທບພະວົງສາ ໄດ້ມອບປຶ້ມໃຫ້ ຫໍສະໝຸດ ສມປຊ
ໃນຕອນບ່າຍ ວັນທີ 24 ມັງກອນ 2025 ທ່ານ ນາງ ພັນນາລີ ເທບພະວົງສາ ອຳນວຍການສຳນັກພິມໄວເດັກ ໄດ້ນໍາເອົາປື້ມ 100 ນະວັດຕະກຳທາງສັງຄົມ ຈາກຟິນແລນ ຈໍານວນ 300 ຫົວ ຄິດເປັນມູນຄ່າທັງໝົດ 45.000.000 ກີບ ມອບໃຫ້ຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເພື່ອເປັນການສົ່ງເສີມປະກອບສ່ວນທາງດ້ານຂໍ້ມູນຂ່າວສານ ໃຫ້ບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ໄດ້ນຳໃຊ້ເຂົ້າໃນການຮຽນ-ການສອນ ຂອງຕົນໄດ້ຢ່າງມີປະສິດທິຜົນ. ໂດຍການກ່າວມອບ ຂອງ ທ່ານ ນາງ ພັນນາລີ ເທບພະວົງສາ ອຳນວຍການສຳນັກພິມໄວເດັກ ແລະຕາງໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກ່າວຮັບ ຂອງ ທ່ານ ປທ ບຸນປັນ ສຸມຸນທອງ ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ພ້ອມດ້ວຍ ທ່ານ ປອ ພອນວິໄລ ພົມວຽງໄຊ ຮອງຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ ແລະພະນັກງານ, ຄູ-ອາຈານ ພະແນກຫໍສະໝຸດ ເຂົ້າຮ່ວມຢ່າງພ້ອມພຽງ.
ການມອບ-ຮັບ ດັ່ງກ່າວ, ສຸດທີ່ມີຄວາມໝາຍຄວາມສຳຄັນ ໃນການສົ່ງເສີມຄັງຂໍ້ມູນຄວາມຮູ້, ຂ່າວສານຕ່າງໆ ໃຫ້ຫໍສະໝຸດສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີຈຸດເດັ່ນດ້ານຂໍ້ມູນຂ່າວສານ ເວົ້າລວມ, ເວົ້າສະເພາະ ເພື່ອສົ່ງເສີມການອ່ານໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາ ທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ມີຄວາມຫຼາກຫຼາຍຂຶ້ນຕື່ມ.
ຂ່າວ/ພາບ: ປທ ນ. ພາວັນ ວິລະວົງ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ