ພາລະບົດບາດ ແລະ ໜ້າທີ່

ພາລະບົດບາດ ແລະ ໜ້າທີ່

1. ຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ແຈ້ງການ, ບົດແນະນໍາຕ່າງໆຂອງຂັ້ນ ເທິງກ່ຽວກັບການວຽກງານເຄື່ອນ ໄຫວການໃຫ້ບໍລິການ ແລະສະໜອງ ຂໍ້ມູນຂ່າວສານ;

2. ເປັນເຈົ້້າການຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ໃນການຄົ້ນຄວ້າສ້າງ ແລະປັບປຸງບັນດາລະບຽບການຕ່າງໆເພື່ອໃຫ້ສອດຄ່ອງໃນການເຄື່ອນ ໄຫວຈັດຕັ້ງປະຕິບັດໜ້າທີ່ກ່ຽວຂ້ອງກັບພະແນກຫໍສະໝຸດ;

3. ໃຫ້ການບໍລິການຢືມ-ສົ່ງ, ປື້ມ, ວາລະສານ, ບໍລິການ WIFI (ຟຣີ), ບົດປ້ອງກັນຈົບຊັ້ນ ແລະບົດວິທະຍານິພົນທຸກຮຸ່ນ, ທຸກລະບົບບໍລິກ ານຫ້ອງອ່ານການນໍາ, ຫ້ອງຄົ້ນຄວ້າສົນທະນາເປັນກຸ່ມໃຫ້ນັກສຶກສາ, ນັກຄົ້ນຄວ້າ, ຄູອາຈານ ແລະພະນັກງານທັງພາຍໃນ ແລະພາຍນອກສະ ຖາບັນ;

4. ທວງປຶ້ມ, ວາລະສານ, ບົດປ້ອງກັນ ແລະວິທະຍານິພົນນໍານັກສຶກສາ, ນັກຄົ້ນຄວ້າ, ພະນັກງານ, ຄູ- ອາຈານທັງພາຍໃນ ແລະພາຍນອກ ສມປຊ ທີ່ຢືມກາຍກຳນົດເວລາ; ຄຸ້ມຄອງ, ກວດກາບັນຊີຫົວຂໍ້ບົດປ້ອງ ກັນຈົບຊັ້ນ, ວິທະຍານິພົນ ແລະຮັກສາຟາຍບົດປ້ອງກັນຂອງນັກສຶກສາ, ນັກຄົ້ນຄວ້າ ຢ່າງເປັນລະບົບ.

5. ຈຳແນກຫົວເລື້ອງ, ຈຳກາ, ລົງທະບຽນປຶ້ມ, ວາລະສານ, ຂຽນແຜ່ນ ປ້ອນຂໍ້ມູນ (Worksheet) ວິເຄາະໝວດໝູ່ປຶ້ມ, ຕິດສັນ, ຕິດບາໂຄດ, ຕິດຊ່ອງຫຼັງປື້ມ, ບັນທຶກເຂົ້າໂປຣແກຣມ PMB ແລະຈັດວາງເຂົ້າຖ້ານ ໃຫ້ເປັນລະບົບລະບຽບ, ເຮັດກິດຕະພາກ, ແຈກຢາຍໜັງສືພິມ ແລະຫຍິບໜັງສືພິມໃຫ້ເປັນເຫຼັ້ມ​ແຕ່ລະ​ໄລຍະ; ພ້ອມ​ທັງສ້ອມແປງປຶ້ມ ແລະວາລະສານທີ່ເປ່ເພ ຫຼືຈີກຂາດ;

6. ຈັດຕັ້ງການປະຖົມນິເທດ, ແນະນຳລະບຽບການຕ່າງໆ, ແນະນຳການ ຊອກຫາຂໍ້ມູນ, ຮັບສະໝັກ, ອອກບັດສະມາຊິກຫໍສະໝຸດໃຫ້ນັກສຶກ ສາ, ນັກຄົ້ນຄວ້າ, ພະນັກງານຄູອາຈານທັງພາຍໃນ ແລະພາຍນອກສະ ຖາບັນທີ່ເຂົ້າມາໃຊ້ບໍລິການ, ເຂົ້າມາຄົ້ນຄວ້າຢູ່ຫໍສະໝຸດຂອງສະຖາບັນ ການເມືອງ ແລະ ການປົກຄອງແຫ່ງຊາດ. ພ້ອມທັງສະຫຼຸບລາຍຮັບທີ່ ໄດ້ຈາກຄ່າທຳ ນຽມເຮັດບັດສະມາຊິກຫໍສະໝຸດ. 7. ຂຶ້ນແຜນ, ສະຫລຸບ​ການຈັດຊື້ປຶ້ມ, ສັ່ງຈ່ອງວາລະສານ