ພິທີມອບໂອນການຄຸ້ມຄອງສາງປຶ້ມ, ປຶ້ມ ແລະການຂາຍປຶ້ມ

    ໃນຕອນບ່າຍວັນທີ 13 ມັງກອນ 2021 ເວລາ 13:30 ໂມງ ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ ໄດ້ມີພິທີມອບໂອນການຄຸ້ມຄອງສາງປຶ້ມ, ປຶ້ມ ແລະການຂາຍປຶ້ມ ລະຫວ່າງ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະ ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ພາຍໃຕ້ການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ, ມີພະນັກງານທັງສອງພາກສ່ວນທັງໝົດ ແລະຜູ້ຕາງໜ້າຈາກໜ່ວຍງານຂັ້ນກົມເຂົ້າຮ່ວມຢ່າງພ້ອມພຽງ.

    ເພື່ອໃຫ້ຖືກກັບພາລະບົດບາດ ຂອງໜ້າທີ່ວຽກງານໃນໄລຍະໃໝ່. ດັ່ງນັ້ນ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ຈຶ່ງມອບໂອນມອບໂອນການຄຸ້ມຄອງສາງປຶ້ມ, ປຶ້ມ ແລະການຂາຍປຶ້ມ ໃຫ້ກັບກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ເປັນຜູ້ຮັບຜິດຊອບ. ເຊິ່ງໄລຍະຜ່ານມາ ທາງສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໄດ້ເປັນເສນາທິການໃຫ້ແກ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນການຄຸ້ມຄອງສາງປຶ້ມ, ປຶ້ມ ແລະການຂາຍປຶ້ມ; ນອກຈາກນັ້ນ ຍັງເຮັດໜ້າທີ່ໃນການຄຸ້ມຄອງ ແລະໄດ້ແຈກຢາຍປື້ມຕາມຂໍ້ກຳນົດວ່າດ້ວຍການແຈກຢາຍ ແລະຈຳໜ່າຍປື້ມ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ. ໂດຍການກ່າວມອບ ຂອງ ທ່ານ ປທ ນາງ ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະກ່າວຮັບ ຂອງ ທ່ານ ປອ ສີສົມພອນ ວົງພະຈັນ ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ໂດຍຊ້ອງໜ້າ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະພະນັກງານ, ຄູ-ອາຈານ ທີ່ເຂົ້າຮ່ວມທັງໝົດ.

    ໃນຕອນທ້າຍຂອງພິທີ ທ່ານປະທານກອງປະຊຸມໄດ້ໂອ້ລົມ ໃຫ້ທິດໃນວຽກງານດັ່ງກ່າວ ເຊິ່ງທ່ານ ໄດ້ເນັ້ນໜັກບາງຈຸດຄື ໃຫ້ສູນຂໍ້ມູນຂ່າວສານຍົກສູງຄວາມຮັບຜິດຊອບໃນການຄຸ້ມຄອງປຶ້ມ ໂດຍຈັດສັນບຸກຄະລາກອນເຂົ້າໃສ່ໜ້າວຽກ ໃຫ້ມີຜູ້ຮັບຜິດຊອບໃນການຄຸ້ມຄອງ, ແຈກຢາຍໃຫ້ຈະແຈ້ງ, ຊີ້ນໍາພະນັກງານຜູ້ມີໜ້າທີ່ຄຸ້ມຄອງປຶ້ມ, ບໍ່ໃຫ້ມີການຕົກເຮ່ຍເສຍຫາຍ ແລະສະຫຼຸບລາຍງານໃຫ້ຂັ້ນເທິງຮັບຊາບໃນແຕ່ລະໄລຍະແລະບັນຫາໃດທີ່ຍັງບໍ່ທັນຈະແຈ້ງຊັດເຈນໃຫ້ປະສານງານ ແລະປ່ຽນຂໍ້ມູນນໍາກັນ ເພື່ອພ້ອມກັນແກ້ໄຂບັນຫາໃຫ້ລຸໂລ່ງໄປດ້ວຍດີ.

Similar Posts