ໃນຕອນແລງວັນທີ 28 ມີນາ 2024 ທີ່ຫ້ອງປະຊຸມຊັ້ນ 3 ຕຶກຫັດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບ: ທ່ານ ປອ. ສົມປະສົງ ພົມມະສານ ຮອງຜູ້ອຳນວຍການສະຖາບັນການທະນາຄານ, ຄະນະຮັບຜິດຊອບການເຝິກອົບຮົມ ພ້ອມດ້ວຍຂະບວນທັດສະນະສຶກສາຂອງນັກເຝິກອົບຮົມ ການບໍລິຫານຄຸ້ມຄອງຂອງລັດຈາກທະນາຄານກາງ ທີ່ເຂົ້າຮ່ວມເຝິກອົບຮົມທີ່ສະຖາບັນການທະນະຄານ, ລວມທັງໝົດ 36 ທ່ານ, ຍິງ 18 ທ່ານ.

ຈຸດປະສົງໃນການມາທັດສະນະສຶກສາ ທີ່ ສມປຊ ຄັ້ງນີ້ກໍ່ເພື່ອລົງມາຢ້ຽມຢາມຖາມຂ່າວ, ພ້ອມທັງແລກປ່ຽນບົດຮຽນ ກ່ຽວກັບສະພາບລວມຂອງການຮຽນ-ການສອນ ຢູ ສມປຊ. ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ໃຫ້ກຽດລາຍງານສະພາບລວມ ຂອງ ສມປຊ ແລະສະພາບລວມຂອງການຮຽນ-ການສອນ ຢູ ສມປຊ, ຫຼັງຈາກນັ້ນທັງສອງຝາຍກໍ່ພ້ອມກັນແລກປ່ຽນຖອດຖອນບົດຮຽນ ແລະນໍາພາບັນດານັກເຝິກອົບຮົມເຂົ້າຢ້ຽມຊົມ ຫໍສະໝຸດ ຂອງ ສມປຊ.

ໃນຕອນທ້າຍ ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ກໍ່ໄດ້ກ່າວຄໍາຂອບໃຈມາຍັງ ທ່ານ ປອ. ສົມປະສົງ ພົມມະສານ ຮອງຜູ້ອຳນວຍການສະຖາບັນການທະນາຄານ, ຄະນະຮັບຜິດ ຊອບການເຝິກອົບຮົມ ພ້ອມດ້ວຍຂະບວນທັດສະນະສຶກສາ ທີ່ໃຫ້ກຽດມາທັດສະນະສຶກສາ ທີ່ ສມປຊ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ພາບ: ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ