ທ່ານ ຄໍາພະກອນ ທອງປະທຸມ ຮອງຫົວໜ້າສະຖາບັນຄົ້ນຄວ້າ ແລະຝຶກອົບຮົມໄອຍະການ ມອບປື້ມໃຫ້ຫໍສະໝຸດ ສມປຊ

ໃນຕອນບ່າຍຂອງວັນທີ 29 ພຶດສະພາ 2025  ທ່ານ ຄໍາພະກອນ ທອງປະທຸມ ຮອງຫົວໜ້າສະຖາບັນຄົ້ນຄວ້າ ແລະຝຶກອົບຮົມໄອຍະການ ຕາງໜ້າອົງການໄອຍະການປະຊາຊົນສູງສູດ ໄດ້ມອບປຶ້ມໃຫ້ຫໍສະໝຸດ ສມປຊ ເປັນກຽດກ່າວຮັບໂດຍ ທ່ານ ປທ ທະວີພອນ ສຸດທິວົງນໍລາດ ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ພ້ອມດ້ວຍພະນັກງານ-ຄູອາຈານ ຂອງພະແນກຫໍສະໝຸດ. ໃນການມອບ-ຮັບຄັ້ງນີ້ແມ່ນປະກອບມີປື້ມທີ່ນອນໃນຂົງເຂດການປົກຄອງໂດຍກົງ ເຊິ່ງທັງໝົດມີປື້ມຈໍານວນ 16 ລາຍການ; ລວມທັງໝົດເປັນຈໍານວນ 192 ຫົວ; ເພື່ອເປັນການປະກອບສ່ວນເຂົ້າໃນການຄົ້ນຄວ້າ ແລະຮັບໃຊ້ເຂົ້າໃນວຽກງານຫຼັກສູດການຮຽນ-ການສອນ ຂອງຄູ-ອາຈານ, ນັກສຶກສາ, ນັກຄົ້ນຄວ້າ ຢູ່ໃນສະຖາບັນແຫ່ງນີ້.
         ໃນຕອນທ້າຍນີ້, ທ່ານ ປທ ທະວີພອນ ສຸດທິວົງນໍລາດ ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ຍັງໄດ້ມອບໃບຊົມເຊີຍ ແລະກ່າວສະແດງຄວາມຂອບໃຈນໍາບັນດາທ່ານ ທີ່ຕາງໜ້າຈາກອົງການໄອຍະການປະຊາຊົນສູງສຸດ ທີ່ເຫັນໄດ້ເຖິງຄວາມໝາຍ ແລະຄວາມສໍາຄັນຕໍ່ກັບວຽກງານການຮຽນ-ການສອນ.

Similar Posts

Leave a Reply

Your email address will not be published. Required fields are marked *