ພິທີມອບ-ຮັບປຶ້ມບັນທຶກປະຫວັດສາດລາວ-ຈີນ ສັນຍະລັກແຫ່ງສາຍພົວພັນມິດຕະພາບຍຸດທະສາດ ແລະການບໍາລຸງສ້າງທິດສະດີການເມືອງໃຫ້ຄົນຮຸ່ນໃໝ່
ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນລາວທັງຊາດພວມເບີກບານມ່ວນຊື່ນສະເຫຼີມສະ ຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະກະກຽມສະເຫຼີມ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ຢ່າງມີຄວາມໝາຍຄວາມສໍາຄັນນັ້ນ; ໃນວັນທີ 9 ມັງກອນ 20 26, ທີ່ຫໍສະໝຸດກອງທັບ, ນະຄອນຫຼວງວຽງຈັນ, ໄດ້ມີພິທີມອບ-ຮັບປຶ້ມບັນທຶກປະຫວັດສາດ ແລະປຶ້ມການເມືອງ ແນວຄິດອັນລຳ້ຄ່າ ເພື່ອແນໃສ່ການສ້າງພື້ນຖານຄວາມຮູ້ດ້ານປະຫວັດສາດ ແລະການເມືອງໃຫ້ແກ່ສັງຄົມ. ເຂົ້າຮ່ວມໃນພິທີອັນສົມກຽດນີ້ໂດຍ ທ່ານ ຫຽມ ພົມມະຈັນ, ຫົວໜ້າຄະນະກຳມະການດ້ານການເມືອງ ແລະ ຄວາມໝັ້ນຄົງສະພາທິດສະດີສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ; ທ່ານ ພັອ ໄຊຊະນະ ສະເຫຼີມສັກ, ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ; ພ້ອມດ້ວຍຜູ້ຕາງໜ້າຈາກວິທະຍາຄານການແພດ, ບັນດາຜູ້ຕາງໜ້າຈາກຫໍສະໝຸດ 31 ແຫ່ງທົ່ວປະເທດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ປຶ້ມທີ່ນຳມາມອບໃນຄັ້ງນີ້ ແມ່ນມີເນື້ອໃນອັນຊົງຄຸນຄ່າ ທັງເປັນບົດຮຽນຈາກອະດີດສູ່ເຂັມທິດແຫ່ງອະນາຄົດເຊິ່ງປະກອບມີ “ປຶ້ມບັນທຶກປະຫວັດສາດການຊ່ວຍເຫຼືອຂອງ ສປ…

