ຜູ້ທີ່ຈະສະໝັກເປັນສະມາຊິກຫໍສະໝຸດ ສມປຊ ຈະຕ້ອງໄດ້ປະຕິບັດຕາມລະບຽບດັ່ງນີ້:
1). ສຳລັບພະນັກງານ, ຄູ-ອາຈານ ພາຍໃນ ສມປຊ ຈະຕ້ອງໄດ້ປະຕິບັດຕາມລະບຽບຄື:
ຂຽນໃບສະໝັກ, ເຊິ່ງຫໍສະໝຸດກຽມຮ່າງໄວ້ໃຫ້.
ຮູບຖ່າຍ 2×2,5ຊມ ຈໍານວນ 2 ໃບ.
ເສຍຄ່າທໍານຽມ 10.000 ກີບ/ຄົນ.
ໃນກໍລະນີເຮັດບັດຂາດ, ເສຍຫາຍແມ່ນຈະຕ້ອງໄດ້ຈ່າຍຄ່າທຳນຽມຄືນໃໝ່.
ອາຍຸນຳໃຊ້ບັດສະມາຊິກຫໍສະໝຸດແມ່ນ 5 ປີ.
2). ສຳລັບນັກສຶກສາທຸກລະບົບຮຽນທີ່ມີຂໍ້ຕົກລົງມາຮຽນ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈະຕ້ອງໄດ້ປະຕິບັດຕາມລະບຽບ ດັ່ງນີ້:
ຂຽນໃບສະໝັກ, ເຊິ່ງຫໍສະໝຸດກຽມຮ່າງໄວ້ໃຫ້.
ຮູບຖ່າຍ 2×2,5ຊມ ຈໍານວນ 2 ໃບ.
ເສຍຄ່າທໍານຽມ 50.000 ກີບ/ຄົນ.
ໃນກໍລະນີເຮັດບັດຂາດ, ເສຍຫາຍແມ່ນຈະຕ້ອງໄດ້ຈ່າຍຄ່າທຳນຽມຄືນໃໝ່.
ອາຍຸການໃຊ້ບັດສະມາຊິກຫໍສະໝຸດແມ່ນກຳນົດຕາມລະບົບຮຽນ.
3). ສຳລັບພະນັກງານ, ນັກສຶກສາ ນອກສະຖາບັນ ຫຼື ພະສົງ, ສາມະເນນ, ນັກທຸລະກິດ, ພະນັກງານໂຄງການ, ຊ່ຽວຊານຕ່າງປະເທດຈະຕ້ອງໄດ້ປະຕິບັດຕາມລະບຽບດັ່ງນີ້:
ຂຽນໃບສະໝັກ, ເຊິ່ງຫໍສະໝຸດກຽມຮ່າງໄວ້ໃຫ້.
ໃບສະເໜີການຈັດຕັ້ງທີ່ຕົນສັງກັດ ຫຼື ໃບຢັ້ງຢືນທີ່ຢູ່ປັດຈຸບັນ.
ຮູບຖ່າຍ 2×2,5ຊມ ຈໍານວນ 2 ໃບ.
ເສຍຄ່າທໍານຽມ 20.000 ກີບ/ຄົນ.
ໃນກໍລະນີເຮັດບັດຂາດ, ເສຍຫາຍແມ່ນຈະຕ້ອງໄດ້ຈ່າຍຄ່າທຳນຽມຄືນໃໝ່.
ອາຍຸການໃຊ້ບັດສະມາຊິກຫໍສະໝຸດແມ່ນ 1 ປີ.
ການນຸ່ງຖື ແລະມາລະຍາດໃນການນຳໃຊ້ຫໍສະໝຸດ ສມປຊ
ການແຕ່ງກາຍໃນການເຂົ້າມານໍາໃຊ້ຫໍສະໝຸດ ມີດັ່ງນີ້:
ກ່ອນເຂົ້າມານຳໃຊ້ຫໍສະໝຸດ ສຳລັບຜູ້ຍິງຄວນແຕ່ງກາຍໃຫ້ສຸພາບ, ຮຽບຮ້ອຍ, ນຸ່ງສິ້ນ ແລະເສື້ອສຸພາບ; ຫ້າມນຸ່ງກະໂປ່ງ, ນຸ່ງໂສ້ງ ແລະເສື້ອກ້າມ ເຂົ້າມາໃນຫໍສະໝຸດ;
ກ່ອນເຂົ້າມານຳໃຊ້ຫໍສະໝຸດ ສຳລັບຜູ້ຊາຍຄວນແຕ່ງກາຍໃຫ້ສຸພາບ, ຮຽບຮ້ອຍ, ນຸ່ງໂສ້ງຂ້າຍາວ; ຫ້າມນຸ່ງໂສ້ງຂາສັ້ນ, ເສື້ອກ້າມ ເຂົ້າມາໃນຫໍສະໝຸດ.
ກ່ອນເຂົ້າຫໍສະໝຸດທຸກຄັ້ງໆ ຕ້ອງວາງກະເປົາ ຫຼື ສິ່ງຂອງທີ່ບໍ່ຈຳເປັນ ໄວ້ບ່ອນທີ່ກຳນົດໄວ້.
ຫ້າມໃຊ້ສຽງດັງ ແລະຄວນຮັກສາຄວາມສະຫງົບ ໃນເວລາຢູ່ຫໍສະໝຸດ.
ຫ້າມນໍາເອົາອາຫານ, ເຄື່ອງດື່ມມື່ນເມົາ ທຸກປະເພດເຂົ້າມາກິນໃນຫໍສະໝຸດ (ຍົກເວັ້ນນໍ້າດື່ມ) ແຕ່ຕ້ອງຮັກສາຄວາມສະອາດທຸກໆຄັ້ງ.
ຫ້າມສູບຢາພາຍໃນຫໍສະໝຸດ.
ຫ້າມນຳເອົາປຶ້ມ ຫຼື ສິ່ງພິມອື່ນໆ ອອກຈາກຫໍສະໝຸດກ່ອນໄດ້ຮັບອະນຸຍາດ.
ພະນັກງານຫໍສະໝຸດ ສາມາດກວດກາກະເປົາ ຂອງສະມາຊິກຫໍສະໝຸດກ່ອນຈະອອກຈາກຫໍສະໝຸດ ຖ້າເຫັນວ່າມີຄວາມຈຳເປັນ.
ລະບຽບການນໍາໃຊ້ຫ້ອງຄົ້ນຄວ້າເປັນກຸ່ມ
ເພື່ອຮັກສາຄວາມສະອາດ, ຄວາມສວຍງາມ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສູນຂໍ້ມູນຂ່າວສານ ກໍຄືຫ້ອງຄົ້ນຄວ້າເປັນກຸ່ມ. ດັ່ງນັ້ນ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ຈຶ່ງໄດ້ອອກລະບຽບການນໍາໃຊ້ຫ້ອງຄົ້ນຄວ້າເປັນກຸ່ມ ດັ່ງລຸ່ມນີ້:
ຫ້າມຍົກຍ້າຍໂຕະ, ຕັ່ງ ພາຍໃນຫ້ອງກ່ອນໄດ້ຮັບອະນຸຍາດ.
ຫ້າມເອົາແຜ່ນໂຄສະນາ ຫຼື ໂປສະເຕີຕ່າງໆ ຕິດໃສ່ຝາ, ໂຕະ ແລະຕັ່ງ.
ຫ້າມເອົາອາຫານເຂົ້າມາກິນໃນຫ້ອງ (ຍົກເວັ້ນໃຫ້ເອົານໍ້າດື່ມເຂົ້າມາໄດ້).
ຫ້າມເອົາກະເປົາເອກະສານເຂົ້າມາໃນຫ້ອງ, ໃຫ້ຝາກໄວ້ໃນຕູ້ເກັບມ້ຽນ ກ່ອນເຂົ້າຫ້ອງສະໝຸດ.
ຮັກສາຄວາມສະອາດ ແລະເປັນລະບຽບພາຍໃນຫ້ອງ.
ກ່ອນຈະອອກຈາກຫ້ອງ ກວດກາເຄື່ອງໃຊ້ຂອງຕົນ ແລະປິດໄຟ, ແອ, ມ້ຽນຕັ່ງໃຫ້ຮຽບຮ້ອຍ
ຈຳນວນຜູ້ຊົມ 222

